ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວກວັນ ແຂວງຫົວພັນ ສະໄໝທີ II

Phan liddasak
0

 


ຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງກວັນ ແຂວງຫົວພັນ ຄັ້ງທີ II

     ຕອນເຊົ້າຂອງວັນທີ 27ທັນວາ 2024 ນີ້ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງກວັນ ແຂວງຫົວພັນ ຄັ້ງທີ II ໄດ້ເປີດຂື້ນຢ່າງເປັນທາງການຢູ່ທີ່: ສະໂມສອນພາຍໃນເມືອງຂອງຕົນ ເຊິ່ງໄດ້ດຳເນີນເປັນເວລາ 1 ຕອນຈິ່ງປິດລົງໃນຕອນເຊົ້າຂອງວັນດຽງກັນ ດ້ວຍຜົນສຳເລັດຢ່າງຈົບງາມ.

    ໂດຍເປັນປະທານຂອງ ພຣະອາຈານ ຈັນໄຕ ຂັນສຸລິນ ຄະນະກັມມະການບໍລິຫານງານ ອ.ພ.ສ ແຂວງ ປະທານ ອ.ພ ສ ເມືອງກວັນ, ເມຕຕາເຂົ້າຮ່ວມຂອງ ພຣະອາຈານໃຫຍ່ ລຳພັນ ບຸນມີໄຊ ຄະນະກັມມະການບໍລິຫານງານ ສູນກາງ ອ.ພ.ສ,  ປະທານ ອ.ພ.ສ ແຂວງຫົວພັນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສຸກສົມພັນ ແກ້ວມີໄຊ ເລຂາພັກເມືອງເຈົ້າເມືອງ-ເມືອງກວັນ, ມີບັນດາທ່ານການນຳເມືອງ, ມີພຣະສົງ-ສາມະເນນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

       ໃນວາລະດຳເນີນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ (2019-2024) ແລະ ວາງທິດທາງແຜນການໃໝ່ໄລຍະ 5 ປີ ຕໍ່ໜ້າແຕ່ນີ້ເຖິງປີ 2029 ຂອງອົງການພຸດທະສາສະໜາເມືອງ ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອອ່ນຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນປັບປຸງໃຫ້ດີຂື້ນກ່ວາເກົ່າ. ເຊີງສະແດງອອກພຣະສົງສາມະເນນພາຍໃນເມືອງກວັນ ມີຄວາມສາມັກຄີ ຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນ ຕໍ່ພຣະທັມ ວິໄນສົງ, ປະຕິບັດກົດລະບຽບ ບ້ານເມືອງ ຮັບໃຊ້ສາສະນິກະຊົນ ແລະ ສັງຄົມຢ່າງຕັ້ງໜ້າ. ໃນທົ່ວເມືອງກວັນ ມີວັດທັງໝົດ 9 ວັດ, ມີພຣະສົງ-ສາມະເນນປະຈຳປົກກະຕິ 7 ວັດ ບໍ່ມີພຣະສົງປະຈຳ 2 ວັດ, ມີພຣະສົງທັງໝົດ 9 ອົງ, ສາມະເນນ 2 ຕົນ.  ຈາກນັ້ນຜູ້ແທນໃນກອງປະຊຸມຍັງໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ມະຕິທິດທາງແຜນການໃໝ່ໃຫ້ເປັນບົດທີ່ມີເນື້ອໃນສົມບູນ

      ພ້ອມນີ້ກອງປະຊຸມຍັງໄດ້ ແຕ່ງຕັ້ງເອົາຄະນະກັມມະການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງກວັນຊຸດໃໝ່ເປັນຕົ້ນ: ໄດ້ບົ່ງຕົວແຕ່ງຕັ້ງເອົາ:

1. ພຣະອາຈານ ບົວສີ ທົດສະຫວັນ ເປັນປະທານອົງຊີ້ນຳລວມ, 

2. ພຣະອາຈານ ວັນແສງ ມະນີວົງ ເປັນຮອງປະທານ

3. ພຣະອາຈານ ໂຮມພັນ ສີສົມພອນ ເປັນຮອງປະທານ ແລະ ຍັງໄດ້ແຕ່ງຕັ້ງເອົາຄະນະກັມມະການ, ຄະນະທີ່ປຶກສາ, ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ.

     ໂອກາດນີ້ປະທານ ອ.ພ.ສ ແຂວງຫົວພັນ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງກວັນ ທີ່ມີຜົນງານໃນການຈັດຕັ້ງປະຕີບັດວຽກງານໃນໄລຍະ 5 ປີຜ່ານມາ ຈຳນວນ 3 ໃບ ຕື່ມອີກ.

   ໃນວາລະກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານເຈົ້າເມືອງ ແລະ ພຣະອາຈານໃຫຍ່ປະທານ ອ.ພ.ສ ແຂວງ ເພື່ອເປັນເຂັ້ມທິດເຢື່ອງທາງໃນຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິ່ງ.








 ລາຍລະອຽດລຸ່ມນີ້


Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ພວກເຮົາໃຊ້ນະໂຍບາຍຄຸກກີ້ໃນການນນຳສະເໜີເນື້ອຫາ ເພື່ອໃຫ້ທ່ານໄດ້ຮັບປະສົບການດີຍິ່ງຂຶ້ນ ກົດອ່ານຂໍ້ມູນເພີ່ມເຕີມກ່ຽວກັບການໃຊ້ຄຸກກີ້ . ອ່ານເພີ່ມຕື່ມ
Accept !
To Top